ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ຍີ່ປຸ່ນ ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ເພື່ອ​ພັດທະນາ​ເສດຖະກິດ


   ຕາມ​ຂ່າວສານ​ ຊີນ​ຮວາ​ ລາຍງານ​ວັນ​ທີ 8 ມີນານີ້​ວ່າ: ທ່ານ ເວືອງ​ດີງ​ເຫວະ ປະທານ ​ສະພາ​ແຫ່ງ​ຊາດ ຫວຽດນາມ ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ສະ ຫະ ພັນອົງການ​ເສດຖະກິດ ຍີ່ປຸ່ນ (Keidanren) ທີ່​ເດີນທາງ​ມາ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ຫວຽດນາມ ເນື່ອງໃນ​ໂອກາດ​ສະເຫຼີມສະຫຼອງ 50 ປີວັນ​ສ້າງ ຕັ້ງ​ ສາຍພົວພັນ​ການ​ ທູດຫວຽດນາມ-ຍີ່ປຸ່ນ (21/9/1973-21/9/2023). ໂອກາດ​ດັ່ງກ່າວ, ທ່ານ ເວືອງ​ດີງ​ເຫວະ ໄດ້​ກ່າວ​ຄືນ​ເຖິງ​ການ​ພົວພັນ​ເປັນ​ຄູ່​ ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ບົນ​ພື້ນຖານ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງລະຫວ່າງ​ສອງ​ປະເທດ, ເພື່ອ​ແນໃສ່​ສືບຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງທຶນ. ນອກ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຍັງ​ໄດ້​ຢືນຢັນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ສະພາ​ແຫ່ງ​ຊາດກໍຄືລັດຖະບານຫວຽດນາມ ຈະ ​ ສືບຕໍ່​ ປັບປຸງ​ສະພາບ​ເງື່ອນໄຂ​ໃນ​ການ​ລົງທຶນ, ດຳເນີນ​ທຸລະ​ກິດ​ໃຫ້​ສົມບູນ​ແບບ, ກຳນົດ​ກົດໝາຍ ແລະ ນະໂຍບາຍ​ຕ່າງໆ​ໃຫ້​ລະອຽດ​ຮັດກຸມ, ສືບຕໍ່​ສ້າງ ​ ຄວາມ​ ເຂັ້ມແຂງ​ທາງ​ດ້ານ​ການ​ຍາດ​ແຍ່ງ​ທາງ​ດ້ານ​ເສດຖະກິດ, ສ້າງ​ເງື່ອນໄຂ​ສະດວກ​ໃຫ້​ບັນດາ​ວິ​ສາຫະ​ກິດ ແລະ ນັກ​ລົງທຶນ, ເຊິ່ງ​ກວມ​ເອົາ​ທັງ​ນັກ​ລົງທຶນ ​ຕ່າງປະເທດ​ທີ່​ມາ​ລົງທຶນ​ທຳ​ການ​ຜະລິດ ແລະ ດຳເນີນ​ທຸລະ​ກິດ​ຢູ່ ຫວຽດນາມ. ໃນ​ການ​ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່ມ​ຮ່ວມ​ລະຫວ່າງ​ ຫວຽດນາມ -ຍີ່ປຸ່ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ສະເໜີ​ ໃຫ້​ມີ​ການ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະເທດ ຄື: ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດທະນາ​ພື້ນ ຖານ​ເສດ ຖະກິດ, ປັບປຸງ​ກົດໝາຍ ແລະ ນະໂຍບາຍ​ລະຫວ່າງ​ສອງ​ປະເທດ; ການ​ຮ່ວມ​ມື​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່​ລວມ​ທັງ​ພື້ນຖານ​ໂຄງ​ລ່າງ​ການ​ຫັນ ​ ເປັນ​ດິ​ຈິ​ ຕອນ, ການ​ປັບ​ຕົວ​ໃຫ້​ແທດເໝາະ​ກັບ​ການ​ປ່ຽນແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຫັນປ່ຽນ​ພະລັງງານ​ຢ່າງ​ຍຸຕິ​ທຳ; ເຊື່ອມ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມາດ ​ ຜະລິດ​ ຂອງ​ແຕ່​ລະ​ປະເທດ​ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ເພື່ອ​ສ້າງ​ຕ່ອງ​ໂສ້​ການຜະລິດ ແລະ ການ​ສະໜອງ​ສິນຄ້າ​ພາຍ​ໃນ​ພາກ​ພື້ນ ແລະ ສາກົນ, ການ ​ ເຊື່ອມ​ ຕໍ່​ພັດທະນາ​ຊັບພະຍາກອນ​ມະນຸດ. 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2023